1. ບົດນຳກ່ຽວກັບສະພາທະນາຍຄວາມລາວ
ສະພາທະນາຍຄວາມລາວ (ສທຄ) ແມ່ນການຈັດຕັ້ງທີ່ເຄື່ອນໄຫວແບບເຄິ່ງອິດສະລະ
ພາຍໃຕ້ການຊີ້ນຳຂອງກະຊວງ ຍຸຕິທຳ.
ສະພາທະນາຍຄວາມມີໜ້າທີ່ສຳຄັນຫລາຍຢ່າງ.
ອັນດັບທຳອິດ, ເປັນການຈັດຕັ້ງທີ່ຕາງໜ້າແລະເປັນອົງການຈັດຕັ້ງດ້ານວິຊາຊີບແກ່ສະ ມາຊິກຂອງຕົນ- ທະນາຍ ຄວາມສົມບູນ ແຫ່ງ ສປປລາວ. ລັດຖະມົນຕີວ່າການກະຊວງຍຸຕິທຳເປັນຜູ້ອອກ
ໃບອະນຸຍາດວ່າຄວາມໃຫ້ທະນາຍ ຄວາມຕາມການສະເໜີຂອງສະພາທະນາຍຄວາມ.
ສະມາຊິກ:
I. ປົກປ້ອງສິດ ແລະຜົນປະໂຫຍດອັນຊອບທຳຂອງບຸກຄົນແລະນິຕິບຸກຄົນໃນຄະດີແພ່ງ,
ອາຍາ, ເສດຖະກິດ ແລະອື່ນໆ;
II. ໃຫ້ຄຳປຶກສາດ້ານກົດໝາຍແກ່ບຸກຄົນແລະນິຕິບຸກຄົນ.
ອັນດັບທີສອງ, ສະພາທະນາຍຄວາມລາວເຮັດໜ້າທີ່ເປັນການຈັດຕັ້ງທີ່ມີລະບຽບການ
ແລະຫນ້າທີ່ດ້ານຈັນຍາທຳ ຂອງສະ ມາຊິກຂອງຕົນ. ສິ່ງເຫລົ່ານີ້ແມ່ນເພື່ອຮັບປະກັນ
ໃຫ້ທະນາຍຄວາມທີ່ໄດ້ຮັບການແຕ່ງຕັ້ງດຳເນີນການໃນການ ໃຫ້ການ
ບໍລິການດ້ານວິຊາສະເພາະແລະກົດໝາຍ.
ອັນດັບທີສາມ, ສະພາທະນາຍຄວາມລາວຈັດຕັ້ງແລະປະຕິບັດການບໍລິການດ້ານກົດໝາຍ ແລະ
ບັນດາໂຄງການຕ່າງໆ, ລວມທັງໂຄງການການສຶກສາດ້ານກົດໝາຍແກ່ປະຊາຊົນ,
ໂຄງການການໂຄສະນາເຜີຍແຜ່ດ້ານກົດໝາຍ ແລະການບໍລິການຊ່ວຍເຫລືອດ້ານກົດໝາຍ.
ຂັ້ນຕໍ່ໄປຂໍ້ມູນຂ່າວສານກ່ຽວກັບການບໍລິການນີ້ແມ່ນສາມາດນຳມາໃຊ້ເຂົ້າໃນແວບໄຊນີ້.
ສຸດທ້າຍ, ສະພາທະນາຍຄວາມ ສປປ ລາວຮັບຜິດຊອບການໃຫ້ການຝຶກອົບຮົມຢ່າງຕໍ່
ເນື່ອງແກ່ທະນາຍຄວາມສົມບູນ.ໃຫ້ການສະໜັບສະໜຸນສົ່ງເສີມການຝຶກອົບຮົມແກ່ທະນາຍ
ຄວາມຝຶກຫັດເພື່ອຊ່ວຍໃຫ້ເຂົາເຈົ້າກາຍ ເປັນທະນາຍຄວາມສົມບູນແລະເປັນສະມາຊິກຂອງ
ສະພາທະນາຍຄວາມລາວ.ການຝຶກອົບຮົມແມ່ນການ ພັດທະນາເພື່ອຍົກລະດັບດ້ານທັກສະ, ຄວາມຮູ້ແລະຄວາມສາມາດຂອງທະນາຍຄວາມໃນ ສປປ ລາວ.
ກ່ຽວກັບການຝຶກອົບຮົມແມ່ນເລັງໃສ່ຍົກລະດັບຄວາມສາມາດຂອງສະມາຊິກຂອງສະພາ
ທະນາຍຄວາມຢ່າງຕໍ່ເນື່ອງ ໃນການໃຫ້ການບໍລິການດ້ານກົດໝາຍທີ່ມີຄຸນນະພາ
ບສູງແກ່ບັນດາລູກຄວາມຂອງເຂົາເຈົ້າແລະປະກອບສ່ວນ ໃນການປະຕິບັດການບໍລິກາ
ນດ້ານກົດໝາຍແລະບັນດາໂຄງການຕ່າງໆຂອງສະພາທະນາຍຄວາມໃຫ້ມີປະສິດຕິຜົນ
ແລະຄຸນນະພາບສູງຂັ້ນຕໍ່ໄປ
ຂໍ້ມູນຂ່າວສານກ່ຽວກັບການຝຶກອົບຮົມນີ້ແມ່ນສາມາດນຳມາໃຊ້ເຂົ້າໃນແວບໄຊນີ້.
ສະພາທະນາຍຄວາມລາວໄດ້ສ້າງຕັ້ງຂຶ້ນຕາມດຳລັດຂອງນາຍົກລັດຖະມົນຕີເລກທີ
64/ນຍ ຂອງປີ 1996 ວ່າດ້ວຍ “ ການຈັດຕັ້ງແລະການເຄື່ອນໄຫວຂອງສ
ະພາທະນາຍຄວາມ ແຫ່ງ ສປປລາວ”. ກ່ອນໜ້ານັ້ນ, ໄດ້ມີດຳລັດອື່ນກ່ຽວ
ກັບການເຄື່ອນໄຫວດ້ານວິຊາສະເພາະດ້ານກົດໝາຍ.
2. ໂຄງຮ່າງການຈັດຕັ້ງ
ອິງຕາມມາດຕາ 5 ຂອງດຳລັດຂອງນາຍົກລັດຖະມົນຕີເລກທີ64/ນຍ.,
ສະພາທະນາຍຄວາມລາວປະກອບດ້ວຍ:
1. ສະມາຊິກທະນາຍຄວາມ.
2. ກອງປະຊຸມໃຫຍ່ທະນາຍຄວາມ.
3. ຄະນະບໍລິຫານງານຂອງສະພາທະນາຍຄວາມ.
4. ຄະນະກຳມະການກວດກາຂອງສະພາທະນາຍຄວາມ.
ໃນຂະນະນີ້, ດ້ານການຈັດຕັ້ງຂອງສະພາທະນາຍຄວາມກຳລັງໄດ້ຮັບການປັບປຸງປ່ຽນແປງ
ເຊິ່ງຈະນຳໄປສູ່ໂຄງຮ່າງ ການຈັດຕັ້ງແລະການຄູ້ມຄອງບໍລິຫານທີ່ເຂັ້ມແຂງ.
ໃນປັດຈຸບັນ, ສະພາທະນາຍຄວາມລາວບໍລິຫານໂດຍຄະນະບໍລິຫານງານ
ເຊິ່ງໄດ້ຮັບການສະໜັບສະໜູນ ຈາກຫລາຍອະນຸກຳມະການ.
ການບໍລິຫານຈັດການຂັ້ນສູງຂອງສະພາທະນາຍຄວາມ ແຫ່ງ ສປປ
ລາວ ປະກອບດ້ວຍ ປະທານແລະຮອງປະທານ.
3. ອະນຸກຳມະການຂອງສະພາທະນາຍຄວາມ
ບັນດາອະນຸກຳມະການມີຄວາມຮັບຜິດຊອບປະຕິບັດກິດຈະກຳຕ່າງໆຂອງສະພາ
ທະນາຍຄວາມ. ສະພາທະນາຍ ຄວາມມີຈຸດສູມເລັງໃສ່ການພັດທະນາ
ບັນດາອະນຸກຳມະການເຫລົ່ານີ້. ບັນດາອະນຸກຳມະການປະກອບມີດ້ານ:
ການສຶກສາແລະການຝຶກອົບຮົມ, ກ່ຽວກັບກົດໝາຍ, ການຊ່ວຍເຫລືອດ້ານກົດໝາຍ,
ການບໍລິຫານ ດ້ານການເງິນ, ການກວດກາດ້ານລະບຽບວິໄນ, ການໃຫ້ການສຶກສາດ້ານກົ
ດໝາຍແກ່ປະຊາຊົນແລະການຮ່ວມມືກັບສາກົນ.
i. ອະນຸກຳມະການດ້ານການສຶກສາແລະການຝຶກອົບຮົມ
ອະນຸກຳມະການດ້ານການສຶກສາແລະການຝຶກອົບຮົມຂອງສະພາທະນາຍຄວາມມີບົດບາດສຳ
ຄັນໃນການໃຫ້ການຝຶກອົບຮົມແກ່ສະມາຊິກສະພາທະນາຍຄວາມແລະທະນາຍຄວາມຝຶກຫັດ.
ສິ່ງນີ້ປະກອບດ້ວຍໂຄງການການສຶກສາດ້ານກົດໝາຍແບບຕໍ່ເນື່ອງສຳລັບສະມາຊິກສະພາ
ທະນາຍຄວາມໃນປັດຈຸບັນແລະໂຄງການການຝຶກງານ ເພື່ອຍົກລະດັບດ້ານກົດໝາຍ (ສຳ
ລັບເປົ້າໝາຍໃນການຮັບເຂົ້າ ເປັນທະນາຍຄວາມ).
ສະພາທະນາຍຄວາມເຫັນວ່າມີຄວາມສຳຄັນທີ່ສະມາຊິກສະພາທະນາຍຄວາມສະດຸ້ງ
ຕົວກ່ຽວກັບກົດໝາຍທີ່ອອກໃໝ່ແລະການພັດທະນາດ້ານກົດໝາຍແລະສ້າງການບໍລິການ ຈັດການດ້ານທັກສະຂອງເຂົາເຈົ້າເຮັດໃຫ້ເຂົາເຈົ້າເປັນທະ ນາຍຄວາມ
ທີ່ມີປະສິດຕິຜົນດ້ານວິຊາສະເພາະ.
ii. ອະນຸກຳມະການດ້ານກົດໝາຍ
ອະນຸກຳມະການດ້ານກົດໝາຍຂອງສະພາທະນາຍຄວາມໃຫ້ການສະໜັບສະໜຸນໃນການຮ່າງ
ແລະດັດແກ້ກົດລະບຽບພາຍໃນຂອງສະພາທະນາຍຄວາມ ແລະ
ປະກອບສ່ວນໃນການພັດທະນາກົດໝາຍໃໝ່ກ່ຽວກັບວິຊາສະເພາະ ດ້ານກົດໝາຍ. ພ້ອມນັ້ນຍັງມີຄວາມຮັບຜິດຊອບໃນ
ການຕິດຕໍ່ປະສານງານກັບລັດຖະບານໃນການພົວພັນການຮ່າງ ແລະ
ປັບປຸງກົດໝາຍໃໝ່ຫລືລະບຽບການອັນທີ່ໄດ້ສະເໜີໂດຍ ສະພາທະນາຍຄວາມ.
iii. ອະນຸກຳມະການດ້ານການຊ່ວຍເຫລືອດ້ານກົດໝາຍ
ບົດບາດຂອງອະນຸກຳມະການຊ່ວຍເຫລືອດ້ານກົດໝາຍແມ່ນໃຫ້ການສະໜັບສະໜຸນ
ແລະ ຄວບຄຸມດູແລກິດຈະກຳດ້ານການຊ່ວຍເຫລືອດ້ານກົດໝາຍຂອງສະພາທະນາຍຄວາມ, ຕິດຕໍ່ປະສານງານກັບຜູ້ທີ່ໃຫ້ການຊ່ວຍ ເຫລືອດ້ານກົດໝາຍອຶ່ນແລະສົ່ງເສີມນັກສຶກສາສະໝັກເຂົ້າໃນກິດຈະກຳ
ໃຫ້ການ ຊ່ວຍເຫລືອດ້ານກົດໝາຍ. ສະພາທະນາຍຄວາມໄດ້ສ້າງຕັ້ງຫ້ອງການຊ່ວຍເຫລືອ
ດ້ານກົດໝາຍຢູ່ທີ່ສຳນັກງານໃຫຍ່ຂອງສະພາທະນາຍ ຄວາມທີ່ວຽງຈັນ, ເຊັ່ນດຽວກັນນັ້ນຍ
ັງໄດ້ສ້າງຫ້ອງການຊ່ວຍເຫລືອດ້ານກົດໝາຍຢູ່ທີ່ສອງແຂວງຄື : ຕັ້ງຢູ່ອຸດົມໄຊ
ແລະຈຳປາສັກ. ພ້ອມນັ້ນຍັງເຮັດວຽກກັບຫ້ອງການໜ່ວຍທະນາຍຄວາມຂອງສະພາທະນາຍ
ຄວາມທີ່ວຽງຈັນ ໂດຍການປະສານງານດ້ານການໃຫ້ການບໍລິການການ
ຊ່ວຍເຫລືອດ້ານກົດໝາຍ.
iv. ອະນຸກຳມະການການສຶກສາດ້ານກົດໝາຍແກ່ປະຊາຊົນ
ອະນຸກຳມະການໃຫ້ສຶກສາດ້ານກົດໝາຍແກ່ປະຊາຊົນແມ່ນໃຫ້ການສະໜັບສະໜຸນກິດຈະກຳ
ກ່ຽວກັບການສ້າງຈິດສຳນຶກໃນໝູ່ປະຊາຊົນກ່ຽວກັບກົດໝາຍແລະສິດແລະໜ້າທີ່ເຊິ່ງ
ເຂົາເຈົ້າມີ.ວຽກງານນີ້ມີສ່ວນປະກອບ ຈາກການເຮັດວຽກກັບຄະນະນິຕິສາດ ແລະລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ, ວຽງຈັນ ແລະອົງການຈັດຕັ້ງອື່ນໆໃນທົ່ວປະເທດ,
v. ອະນຸກຳມະການດ້ານການຮ່ວມມືກັບສາກົນ
ອະນຸກຳມະການດ້ານການຮ່ວມມືກັບສາກົນມີຄວາມຮັບຜິດຊອບກ່ຽວກັບການຮ່ວມ
ມືກັບສະມາຄົມ ທະນາຍຄວາມຕ່າງປະເທດ ແລະບໍລິສັດຕ່າງໆ, ນິຕິບຸກຄົນ,
ໂດຍສະເພາະໃນການພົວພັນເພື່ອ ຄວາມເຂັ້ມແຂງດ້ານຄວາມສາມາດຂອງທະນາຍຄວາ
ມຂອງສະພາທະນາຍຄວາມ ແຫ່ງ ສປປ ລາວ ແລະບັນດາໂອກາດດ້ານວິຊາສະເພາະ.
ອະນຸກຳມະການຍັງມີການປະສານງານກັບບັນດາຜູ້ໃຫ້ທຶນ
ແລະບັນດາອົງການຈັດຕັ້ງສາກົນອີກ.
vi. ອະນຸກຳມະການດ້ານການກວດກາລະບຽບວິໄນ
ອະນຸກຳມະການດ້ານການກວດກາລະບຽບວິໄນໄດ້ຮັບການມອບໝາຍກ່ຽວກັບການຈັດວາງ
ລະ ບຽບການດ້ານການປະພຶດຂອງສະມາຊິກສະພາທະນາຍຄວາມ. ບົດບາດຂອງອະນຸ
ກຳມະການກວດກາລະບຽບວິໄນແມ່ນຮັບປະກັນໃຫ້ສະມາຊິກຂອງສະພາທະນາຍ
ຄວາມປະຕິບັດຕາມບັນດາກົດລະບຽບ ແລະ ກົດໝາຍຕ່າງໆ, ເຊິ່ງກ່ຽວພັນກັບເຂົາເຈົ້າ, ແລະໃຫ້ການບໍລິການດ້ານກົດໝາຍແກ່ເຂົາເຈົ້າຕາມ ມາດຕະຖານທີ່ມີຄວາມຮຽກຮ້ອງຕ້ອງການດ້ານຈັນຍາທຳ.
ວຽກງານນີ້ມີສ່ວນປະກອບຈາກການຄົ້ນຄ້ວາຄຳຄິດເຫັນຂອງປະຊາຊົນທີ່ມີກ່ຽວກັບທະ
ນາຍຄວາມ.
|