ການຮ່ວມມືສາກົນ
1. ໂຄງການສະຫະປະຊາຊາດ ເພື່ອການພັດທະນາ(UNDP) -
ການຍົກລະດັບການເຂົ້າເຖິງ ລະບົບຍຸຕິທຳ ໂດຍຜ່ານໂຄງການ
ຂອງສະພາທະນາຍຄວາມ ແຫ່ງ ສປປ ລາວໂຄງການ
ສະຫະປະຊາຊາດ ເພື່ອການພັດທະນາ ຢູ່ ສປປລາວໄດ້ໃຫ້ການຊ່ວຍເຫລືອແກ່ສະພາທະ
ນາຍຄວາມໂດຍຜ່ານ ຖ ໂຄງການສ້າງຄວາມເຂັ້ມແຂງໃນການເຂົ້າເຖິງລະບົບຍຸຕິທຳໂດຍຜ່ານ
ສະພາທະນາຍຄວາມລາວ ». ໄລຍະທີ່ I ຂອງໂຄງການ ກິດຈະກຳຈຳນວນຫລວງຫລາຍ
ໄດ້ເກີດຂື້ນເຊິ່ງພາໄປສູ່ສະຖາບັນຂອງການສ້າງຄວາມເຂັ້ມແຂງຂອງສະພາທະນາຍຄວາມແລະ
ຄວາມເຂັ້ມແຂງດ້ານຄວາມສາມາດຂອງສະມາຊິກສະພາທະນາຍຄວາມສິ່ງນີ້ໄດ້ຍົກລະດັບການ
ເຂົ້າເຖິງລະບົບຍຸຕິທຳສຳລັບພົນລະເມືອງຂອງສປປລາວຜູ້ທຸກຍາກແລະຜູ້ທີ່ດ້ອຍໂອກາດ.
ໄລຍະ II ຂອງໂຄງການໄດ້ເລີ່ມຕົ້ນໃນປີ 2008 ແລະຈະດຳເນີນການເວລາ 3 ປີ.ສ່ວນປະກອບ
ສຳຄັນຂອງໂຄງການໄລຍະ IIແມ່ນໂຄງການຊ່ວຍເຫລືອດ້ານກົດໝາຍ,ປະຕິຮູບການຄຸ້ມຄອງ
ບໍລິຫານ.ສຳຫລວດການເຂົ້າເຖິງລະບົບຍຸຕິທຳ, ການຮັບຮູ້ສະພາທະນາຍຄວາມແລະໂຄງການ
ສືບຕໍ່ການສຶກສາດ້ານກົດໝາຍ.
ເອກະສານໃນການພົວພັນເຖິງໂຄງການສະຫະປະຊາຊາດ ເພື່ອການພັດທະນາມີຢູ່ [ທີ່ນີ້].
2. ມຸນນິທິ ອາຊີ
ສະພາທະນາຍຄວາມລາວໄດ້ຮັບການຊ່ວຍເຫລືອຈາກມຸນນິທິອາຊີດ້ານບັນຫາການຈັດໃຫ້ເປັນ
ສະຖາບັນ ແລະການຈັດຕັ້ງ.
ໃນເດືອນມັງກອນ 2008, ສະພາທະນາຍຄວາມ ແຫ່ງ ສປປ ລາວ ແລະ ມູນນິທິເອເຊຍໄດ້ດຳເນີນຂໍ້ລິເລີ່ມອັນໃໝ່ທີ່ເອີ້ນກັນວ່າ”ການຊ່ວຍເຫຼືອລ້າດ້ານ
ກົດໝາຍ ແລະ ການໃຫ້ການສຶກສາດ້ານກົດໝາຍຢູ່ ລາວ: ປັບປຸງການເຂົ້າເຖິງຄວາມຍຸຕິທຳໃຫ້ແກ່ພົນລະເມືອງໝົດທຸກຄົນ”ສ່ວນໜຶ່ງຂອງໂຄງ
ການນີ້, ສະພາທະນາຍຄວາມ ແຫ່ງ ສປປ ລາວໄດ້ເປີດຫ້ອງການຊ່ວຍເຫຼືອລ້າດ້ານກົດໝາຍ
ຢູ່ແຂວງອຸດົມໄຊ ແລະ ຈຳປາສັກ ແລະ ເລີ່ມປະຕິບັດຂໍ້ລິເລີ່ມດັ່ງກ່າວ ຊຶ່ງປະກອບມີຫ້ອງການຊ່ວຍເຫຼືອລ້າດ້ນກົດໝາຍແບບເຄື່່ອນທີ່ ແລະ ເປັນຜູ້ໃຫ້ການສຶກສາດ້ານກົດໝາຍໃຫ້ແກ່ຊຸມຊົນ
ພາກສ່ວນໂຄງການການສຶກສາດ້ານກົດໝາຍແກ່ປະຊາຊົນຍັງໄດ້ຊ່ວຍເຫລືອຈາກມຸນນິທິ ອາຊີ,
ກະລຸນາເບິ່ງ [ທີ່ນີ້].ເພື່ອຈະໄດ້ຂໍ້ມູນເພີ່ມເຕີມກ່ຽວກັບໂຄງການ
ນີ້.ເປົ້າໝາຍຂອງໂຄງການນີ້ແມ່ນເພື່ອເພີ່ມການເຂົ້າເຖິງຂໍ້ມູນຂ່າວສານດ້ານກົດໝາຍ
ແລະ ການບໍລິການສຳລັບປະຊາຊົນຂອງ ສປປລາວ ຜູ້ທຸກຍາກແລະຜູ້ດ້ອຍໂອກາດ.
3. ສະຫະພັນເອີລົບ
ສະຫະພັນເອີລົບຊ່ວຍໂຄງການການສຶກສາດ້ານກົດໝາຍແກ່ປະຊາຊົນ. ເຊີນເບິ່ງ [ທີ່ນີ້] ເພື່ອຈະໄດ້ຂໍ້ມູນເພີ່ມເຕີມກ່ຽວກັບໂຄງການນີ້. ໂຄງການໄດ້ເລີ່ມລົງມືໃນສ່ວນຕົ້ນປີ 2007.
4. ການຊ່ວຍເຫລືອຂອງລັດຖະບານອົດສະຕາລີ (AusAid)
(AusAid) ເຊິ່ງເປັນອົງການຕົວແທນດ້ານການພັດທະນາຂອງລັດຖະບານ ອົດສະຕາລີ,
ໃຫ້ການຊ່ວຍເຫລືອແກ່ສະພາທະນາຍຄວາມໂດຍຜ່ານໂຄງການອາສາສະໝັກ AYARD.
ແນວຄິດລິເລີ່ມນີ້ໄດ້ສ້າງຂົວຕໍ່ລະຫວ່າງສະພາທະນາຍຄວາມກັບ AusAid ແລະຍັງເຮັດ
ໃຫ້ສະພາທະນາຍຄວາມມີຄວາມສາມາດຕື່ມໃນການຮັບເອົາທັກສະດ້ານກົດໝາຍຈາກ
ທະນາຍຄວາມຈາກປະເທດອົດສະຕາລີ.
AusAid ຍັງຊ່ວຍເຫລືອໂຄງການການສຶກສາດ້ານກົດໝາຍແກ່ປະຊາຊົນໃນປີ 2007. ເຊີນເບິ່ງ
[ທີ່ນີ້] ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບໂຄງການນີ້.
5. ສະພາທະນາຍຄວາມອົດສະຕາລີ
ສະພາທະນາຍລາວມີຄວາມສົນໃຈຫລາຍໃນການຂະຫຍາຍການພົວພັນກັບສະພາທະນາຍ
ຄວາມແລະບັນດາບໍລິສັດໃຫ້ການບໍລິການດ້ານກົດໝາຍຕ່າງປະເທດ. ສຸດທ້າຍໄດ້ມີການເຊັນ
ບົດບັນທຶກຊ່ວຍຄວາມເຂົ້າໃຈກັບສະພາທະນາຍຄວາມອົດສະຕາລີ.
ປະເທດການາດາເຊິ່ງໄດ້ປະກອບທະນາຍຄວາມມີຄຸນວຸດທິໂດຍທາງໂຄງການຝຶກງານ,
ສະພາທະນາຍຄວາມອົດສະຕາລີຍັງ
ໃຫ້ການຊ່ວຍເຫລືອສະພາທະນາຍຄວາມລາວໂດຍຜ່ານການຝຶກອົບຮົມ
ແລະ ການປະຊຸມຝຶກອົບຮົມ.
ບັນດາຜູ້ຝຶກງານຂອງສະພາທະນາຍຄວາມການາດາໄດ້ເຂົ້າມາກ່ຽວຂ້ອງໃນການພັດທະນາ
ແລະການຝຶກອົບຮົມດ້ານອຸປະກອນແລະໃຫ້ການຊ່ວຍເຫລືອສຳລັບການສຶກສາ ແລະການຝຶກ
ອົບຮົມຢູ່ທີ່ສະພາທະນາຍຄວາມລາວ.
|