ໜ້າທຳອິດ
ຍີນດີຕ້ອນຮັບ
ກ່ຽວກັບ ສທຄ
ສະມາຊິກ
ໂຄງການ ທີ່ພົວພັນກັບ ຄະນະ   ນິຕິສາດ ແລະ ລັດຖະສາດ
ໂຄງການຊ່ວຍເຫຼືອລ້າ
ໂຄງການໂຄສະນາເຜີຍແຜ່    ກົດໝາຍ
ສາຍດ່ວນຫ້ອງການຊ່ວຍ   ເຫຼືອລ້າ
ຕຳນິຕິຊົມ
ການພົວພັນກັບ ສາກົນ
ອາສາສະໝັກຂອງນັກສຶກ   ສາກົດໝາຍຢູ່ທີ່ ສທຄ
ອາສາສະໝັກ   ຕ່າງປະເທດທີ່ ສທຄ
ການຝຶກອົບຮົມ
ແບບຟອມ, ບົດລາຍງານ   ແລະ ເອກະສານຕ່າງໆ
ກິດຈະກຳ
ການຕິດຕໍ່ພົວພັນ   ກັບທະນາຍຄວາມ
ເວັບໄຊທ໌ ອື່ນໆ ທີ່ພົວພັນ
ຕິດຕໍ່ກັບພວກເຮົາ
 

ໂຄງການຊ່ວຍເຫລືອດ້ານກົດໝາຍຂອງສະພາທະນາຍຄວາມ

ໂຄງການຊ່ວຍເຫລືອດ້ານກົດໝາຍຂອງສະພາທະນາຍຄວາມພະຍາຍາມຍົກລະ
ດັບການເຂົ້າເຖິງລະບົບຍຸຕິທຳແກ່ປະຊາຊົນທົ່ວໄປດ້ວຍການໃຫ້ຄຳປຶກສາ
ໂດຍບໍ່ເສຍຄ່າຢູ່ຕາມບັນດາຫ້ອງການຊ່ວຍເຫລືອດ້ານກົດໝາຍຕ່າງໆ.

ນອກຈາກນັ້ນ, ໂຄງການຊ່ວຍເຫລືອດ້ານກົດໝາຍຂອງສະພາທະນາຍຄວາມມີ
ເປົ້າໝາຍໃຫ້ການຊ່ວຍເຫລືອປະຊາຊົນຜູ້ທຸກຍາກແລະຜູ້ດ້ອຍໂອ
ກາດແລະອານະຖາໃນສັງຄົມທີ່ຂາດເຂີນດ້ານການ
ເງິນ, ພຸມລຳເນົາ ຫລື ທີ່ມີອຸປະສັກອື່ນໆໃນການເຂົ້າເຖິງການບໍລິການດ້ານກົດໝາຍ,
ແລະ/ ຫລື ບໍ່ ສາມາດໄດ້ຮັບການຕາງໜ້າດ້ານກົດໝາຍ. ເອກະສານທີ່ກ່ຽວຂ້ອງກັບໂຄງການ
ດັ່ງກ່າວແມ່ນມີຢູ່ [ທີ່ນີ້]

1. ການຊ່ວຍເຫລືອດ້ານກົດໝາຍແມ່ນຫຍັງ ?
ການຊ່ວຍເຫລືອດ້ານກົດໝາຍຂອງສະພາທະນາຍຄວາມແມ່ນການສະໜອງກ່ຽວກັບ
ການໃຫ້ຄຳປຶກສາດ້ານກົດໝາຍໂດຍບໍ່ເສຍຄ່າໂດຍສະມາຊິກສະພາທະນາຍ
ຄວາມແກ່ປະຊາຊົນຜູ້ທີ່ຮ້ອງຂໍເອົາການຊ່ວຍເຫລືອດ້ານກົດໝາຍ.

2. ໃຜສາມາດຮັບການຊ່ວຍເຫລືອດ້ານກົດໝາຍ ?
ປະຊາຊົນທີ່ຕ້ອງການຮັບເອົາການຊ່ວຍເຫລືອດ້ານກົດໝາຍສາມາດເຂົ້າຫາຫລື
ຕິດຕໍ່ກັບຫ້ອງການການຊ່ວຍເຫລືອດ້ານກົດໝາຍຂອງສະພາທະນາຍຄວາມຫ້ອງການໃດ
ຫ້ອງການໜຶ່ງກໍໄດ້ (ກຳນົດຢູ່ຂ້າງລູ່ມນີ້) ແລະປຶກສາຫາລືບັນຫາຂອງເຂົາ
ເຈົ້າກັບສະມາຊິກສະພາທະນາຍຄວາມ, ຜູ້ທີ່ຈະໃຫ້ຂໍ້ແນະ ນຳກັບທີ່ໂດຍອີງໃສ່
ປະສົບການທີ່ເຂົາມີແລ້ວ, ນອກຈາກນັ້ນ, ບັນດາບຸກຄົນຫລືກຸ່ມຄົນຜູ້ທີ່ໄດ້
ຖືກຮັບຮູ້ຈາກສະພາທະນາຍຄວາມວ່າເປັນຜູ້ທີ່ບໍ່ສາມາດເຂົ້າ
ເຖິງຫລືມີອຸປະສັກຂັດຂວາງບໍ່ສາມາດເຂົ້າເຖິງການບໍລິການດ້ານກົດກົດໝາຍໄດ້
ເຊັ່ນຜູ້ທຸກຍາກແລະຜູ້ດ້ອຍໂອກາດ ແລະຄົນອານະຖານັ້ນຈະໄດ້ຮັບການຕາງໜ້າ
ດ້ານກົດໝາຍເພື່ອແກ້ໄຂບັນຫາດ້ານກົດໝາຍໃຫ້ແກ່ເຂົາເຈົ້າ. ເພື່ອຮັບ
ປະກັນໃຫ້ລະບຽບກົດໝາຍໃຫ້ໄດ້ຮັບການສ້າງຕັ້ງຢູ່ສປປລາວຢ່າງແໜ້ນໜາ
ໃນນັ້ນມີຄວາມຮຽກຮ້ອງຕ້ອງການອັນ ໃຫຍ່ຫລວງຕໍ່ກັບບຸກຄົນເຫລົ່ານີ້ເພື່
ອໃຫ້ເຂົາເຈົ້າໄດ້ເຂົ້າເຖິງການບໍລິການດ້ານກົດໝາຍໂດຍບໍ່ເສຍຄ່າດັ່ງນັ້ນ
ໂຄງການໃຫ້ການຊ່ວຍເຫລືອດ້ານກົດເໝາຍຂອງສະພາທະນາຍຄວາມມີຄວາມຍິນດີໃນ
ການໃຫ້ການຊ່ວຍເຫືລອທາງດ້ານກົດໝາຍແກ່ປະຊາຊົນຜູ້ທຸກຍາກ, ຜູ້ດ້ອຍໂອກາດແລະ
ຄົນອານະຖາ.

ການໃຫ້ການບໍລິການດ້ານກົດໝາຍໂດຍບໍ່ເສຍຄ່ານີ້ແມ່ນແນໃສ່ບັນດາຜູ້ຊາຍ,
ແມ່ຍິງແລະເດັກ ນ້ອຍ ຜູ້ທີ່ມີຄວາມຕ້ອງການຄຳປຶກສາດ້ານກົດໝາຍ
ແລະ/ຫລື ຕ້ອງການຢາກໄດ້ຜູ້ຕາງໜ້າໃນສານ ຫລືໃນກໍລະນີອື່ນໆ.
ໂຄງການໃຫ້ການຊ່ວຍເຫລືອດ້ານກົດໝາຍແມ່ນການບໍລິການດ້ານກົດໝາຍໂດຍ
ສະເພາະແມ່ນເນັ້ນໃສ່ໃນຄະດີແພ່ງ, ຄະດີອາຍາແລະຄະດີຄອບຄົວ.
ບັນຫາດ້ານກົດໝາຍຫລືຂໍ້ຂັດແຍ່ງ ອາດຈະກ່ຽວກັບບັນຫາເຊັ່ນການຢ່າຮ້າງ,
ການລ້ຽງດູເບິ່ງແຍງ, ການຄຸ້ມຄອງເດັກ,ການຂົ່ມຂືນທຳສຳເລົາ,
ການໃຊ້ຄວາມຮຸນແຮງພາຍໃນຄອບຄົວ, ການຄ້າມະນຸດ ແລະອາຊະຍາກຳ ອຶ່ນໆ ຯລຯ.

3. ການຊ່ວຍເຫລືອດ້ານກົດໝາຍທີ່ບໍ່ເສຍຄ່າມີຢູ່ໃສແດ່ ?
ເຄືອຂ່າຍຂອງສຳນັກງານສະພາທະນາຍຄວາມ - ການໃຫ້ການບໍລິການດ້ານກົດໝາຍໂດຍບໍ່
ເສຍຄ່າໂດຍໜ່ວຍຕ່າງໆຂອງສະພາທະນາຍຄວາມຂັ້ນແຂວງ

ສະພາທະນາຍຄວາມມີເຄືອຂ່າຍຂອງສະພາທະນາຍຄວາມທີ່ໃຫ້ການບໍລິການ
ຊ່ວຍເຫລືອດ້ານກົດໝາຍ.
ໃນນີ້ປະກອບດ້ວຍ 9 ໜ່ວຍໃນທົ່ວວຽງຈັນ.
ແຕ່ລະໜ່ວຍໃຫ້ການບໍລິການດ້ານກົດໝາຍໂດຍບໍ່ເສຍຄ່າ. ລາຍລະອຽດດ້ານການພົວພັນສຳລັບຫ້ອງ
ການໜ່ວຍເຫົ່ລານີ້ມີໃນບັນຊີ [ທີ່ນີ້].

ຫ້ອງການຊ່ວຍເຫລືອດ້ານກົດໝາຍ -ວຽງຈັນ
ການຊ່ວຍເຫລືອດ້ານກົດໝາຍທີ່ບໍ່ເສຍຄ່າຂອງສະພາທະນາຍຄວາມແມ່ນໃຫ້ການບໍ
ລິການໂດຍຫ້ອງການຊ່ວຍເຫລືອດ້ານກົດໝາຍທີ່ວຽງຈັນເຊິ່ງປັດຈຸບັນມີຢູ່ ສຳນັກງານຂອງສະພາທະນາຍຄວາມທີ່ສານປະຊາຊົນ ນະຄອນຫລວງວຽງຈັນ. ຫ້ອງການຊ່ວຍເຫລືອດ້ານກົດໝາຍທີ່ວຽງ
ຈັນສາມາດຕິດຕໍ່ໄດ້ໂດຍຜ່ານລາຍລະອຽດທີ່ມີບັນຊີ [ທີ່ນີ້].

ຫ້ອງການໃຫ້ການຊ່ວຍເຫລືອດ້ານກົດໝາຍທີ່ວຽງຈັນຍັງຈັດໃຫ້ການບໍ່ລິການທາງໂທລະ
ສັບສາຍກົງທຸກວັນ ເສົາແຕ່ 4 ໂມງແລງ ຮອດ 5 ໂມງແລງເຊິ່ງປະຊາຊົນທົ່ວໄປສາມາດ
ຮັບເອົາການບໍລິການດ້ານກົດໝາຍໄດ້. ໝາຍເລກໂທລະສັບສາຍກົງສາມາດຕິດຕໍ່
ໄດ້ໂດຍຜ່ານລາຍລະອຽດທີ່ມີບັນຊີ [ທີ່ນີ້].

ຫ້ອງການໃຫ້ການຊ່ວຍເຫລືອດ້ານກົດໝາຍໂດຍບໍ່ເສຍຄ່າທີ່ແຂວງຈຳປາສັກ
ແລະແຂວງອຸດົມໄຊກໍໄດ້ຮັບ ການສ້າງຕັ້ງເມື່ອບໍ່ດົນມານີ້.
ລາຍລະອຽດໃນການພົວພັນຫ້ອງການເຫລົ່ານີ້ມີບັນຊີ [ທີ່ນີ້ ].

ຫ້ອງການຊ່ວຍເຫລືອດ້ານກົດໝາຍເຄື່ອນທີ່ວຽງຈັນ
ການຊ່ວຍເຫລືອດ້ານກົດໝາຍຂອງສະພາທະນາຍຄວາມຍັງຈັດໃຫ້ການບໍລິການໂດຍຜ່ານ
ຫ້ອງການຊ່ວຍ ເຫລືອດ້ານກົດໝາຍເຄື່ອນທີ່ເຊິ່ງໄດ້ເລີ່ມຕົ້ນລົງໄປເຄື່ອນໄຫວ
ກິດຈະກຳຂອງຕົນຕາມບ້ານຕ່າງໆຢູ່ອ້ອມ ແອ້ມນະຄອນຫລວງວຽງຈັນແຕ່ເດືອນພະຈິກ 2008.
ຖ້າທ່ານມີຈຸດປະສົງໃຫ້ຫ້ອງການລົງໄປຍັງບ້ານຂອງພວກທ່ານ
ເຊີນໂທໄປຍັງຫ້ອງການຊ່ວຍ ເຫລືອດ້ານກົດໝາຍຂອງສະພາທະນາຍຄວາມ ວຽງຈັນ
ຕາມລາຍລະອຽດ [ທີ່ນີ້ ] ຫລື ຕິດຕໍ່ອຳນາດການປົກຄອງບ້ານຂອງ ທ່ານ.

4. ການຊ່ວຍເຫລືອດ້ານກົດໝາຍ - ການຈັດພະນັກງານແລະການບໍລິຫານ
ໃນປັດຈຸບັນວຽກງານການຊ່ວຍເຫລືອດ້ານກົດໝາຍແມ່ນໄດ້ຮັບການຄວມຄຸມດູແລໂດຍຜູ້ຈັດ
ການຫ້ອງການໃຫ້ການຊ່ວຍເຫລືອດ້ານກົດໝາຍແລະອາສາສະໝັກສາກົນ. ການຊ່ວຍເຫລືອ
ດ້ານກົດໝາຍແມ່ນອາໄສການສະໜັບສະໜຸນຂອງສະມາຊິກສະພາທະນາຍຄວາມ.ນອກຈາກ
ນັ້ນວຽງກງານການຊ່ວຍເຫລືອດ້ານກົດໝາຍຍັງໄດ້ຕີລາຄາສູງຕໍ່ກັບການມີສ່ວນຮ່ວມຂອງທະ
ນາຍຄວາມຝຶກຫັດ ແລະ ນັກສຶກສາຈາກຄະນະນິຕິສາດ ແລະລັດຖະສາດ, ມະຫາວິທະຍາໄລ
ແຫ່ງຊາດເຊິ່ງໃຫ້ການສະໜັບສະໜຸນແກ່ທະນາຍຄວາມທີ່ໃຫ້ການຊ່ວຍເຫລືອຕາມຄວາມສາ
ມາດຂອງຕົນໃຫ້ແກ່ທະນາຍຄວາມຜູ້ທີ່ປະຕິບັດໜ້າທີ່ດັ່ງກ່າວ.

ສຳລັບຂໍ້ມູນຂ່າວສານເພີ່ມເຕີມກ່ຽວກັບການເປັນອາສາສະໝັກໃຫ້ເບິ່ງ [ທີ່ນີ້].

5.ບົດບາດຂອງອະນຸກຳມະການດ້ານການຊ່ວຍເຫລືອດ້ານກົດໝາຍ
ອະນຸກຳມະການດ້ານວຽກງານໃຫ້ການຊ່ວຍເຫລືອດ້ານກົດໝາຍຮັບຜິດຊອບໃນການປະສານ
ງານກິດຈະກຳຂອງການຊ່ວຍເຫລືອດ້ານກົດໝາຍ ແລະໃຫ້ຄຳແນະນຳສຳລັບການປະຕິບັດ
ໂຄງການດັ່ງກ່າວໃຫ້ມີປະສິດຕິຜົນ

6. ການໃຫ້ການສະໜັບສະໜຸນ (ການບໍລິຈາກ)
ໂຄງການໃຫ້ການຊ່ວຍເຫລືອດ້ານກົດໝາຍຍິນດີຕ້ອນຮັບເອົາການປະກອບສ່ວນຈາກທຸກພາກ
ສ່ວນຂອງສັງຄົມ, ບໍລິສັດຫ້າງຮ້ານແລະຜູ້ທີ່ໃຫ້ຄວາມສົນໃຈໃນການໃຫ້ການຊ່ວຍເຫລືອທາງ
ດ້ານກົດໝາຍແກ່ປະຊາຊົນລາວຜູ້ທຸກຍາກ, ຜູ້ທີ່ດ້ອຍໂອກາດແລະຄົນອານະຖາທີ່ມີບັນຫາ
ທາງດ້ານກົດໝາຍ.
ສຳລັບຂໍ້ມູນຂ່າວສານເພີ່ມເຕີມ,ເຊີນຕິດຕໍ່ກັບຫ້ອງການຊ່ວຍເຫລືອດ້ານກົດໝາຍຫ້ອງ
ການວຽງຈັນຕາມລາຍລະອຽດ [ທີ່ນີ້].

7. ການຮ່ວມມື
ໂຄງການໃຫ້ການຊ່ວຍເຫລືອດ້ານກົດໝາຍດຳເນີນກິດຈະກຳຂອງຕົນໂດຍການຮ່ວມມືກັບຂະ
ແໜງຍຸຕິທຳ, ກຸ່ມແມ່ຍິງແລະເດັກນ້ອຍແລະບັນດາອົງການຈັດຕັ້ງ,
ບັນດາຜູ້ໃຫ້ການຊ່ວຍເຫລືອ ແລະອົງການຈັດຕັ້ງສາກົນທາງສັງຄົມ.

ໂຄງການໃຫ້ການຊ່ວຍເຫລືອດ້ານກົດໝາຍຍັງສະແຫວງຫາການຮ່ວມມືກັບບັນດາອົງກາ
ນຈັດຕັ້ງກ່ຽວກັບການໃຫ້ການຊ່ວຍເຫລືອດ້ານກົດໝາຍ, ສະມາຄົມທະນາຍຄວາມ ແລະບໍລິສັດ
ໃຫ້ການບໍລິການດ້ານກົດໝາຍໃນຂົງເຂດສະມາຄົມອາຊຽນແລະໃນຂົງເຂດອື່ນໆ..

ສະພາທະນາຍຄວາມຢາກໄດ້ຍິນຈາກຜູ້ໃດກໍຕາມທີ່ຕ້ອງການຢາກເຮັດວຽກຮ່ວມກັບໂຄງ
ການໃຫ້ການຊ່ວຍເຫລືອດ້ານກົດໝາຍຂອງສະພາທະນາຍຄວາມຫລືສາມາດໃຫ້ໂອກາດໃນ
ການຝຶກອົບຮົມຫລືດ້ານການສຶກສາໃຫ້ແກ່ໂຄງການໃຫ້ການຊ່ວຍເຫລືອດ້ານກົດໝາຍ
ຂອງສະພາທະນາຍຄວາມ.ສຳລັບຂໍ້ມູນເພີ່ມເຕີມ,ເຊີນຕິດຕໍ່ສະພາທະນາຍຄວາມຕາມ
ລາຍລະອຽດດ້ານການຕິດຕໍ່ [ທີ່ນີ້].

ຄຳຖາມທີ່ຖາມມາເລື້ອຍໆ
ຖ. ມີເງື່ອນໄຂແນວໃດຈຶ່ງມີສິດໄດ້ຮັບການຊ່ວຍເຫລືອດ້ານກົດໝາຍ?
ຕ. ປະຊາຊົນທົ່ວໄປສາມາດໄດ້ຮັບຄຳປຶກສາດ້ານກົດໝາຍໂດຍບໍ່ເສຍຄ່າທີ່ຫ້ອງການ
ຊ່ວຍເຫລືອດ້ານກົດໝາຍຂອງສະພາທະນາຍຄວາມ, ຫ້ອງການກົດໝາຍເຄື່ອນທີ່ຂອງສະພາ
ທະນາຍຄວາມ, ຫລືຜ່ານທາງໂທລະສັບສາຍກົງຂອງການຊ່ວຍເຫລືອດ້ານກົດໝາຍ.

ສຳລັບຜູ້ທີ່ຕ້ອງການຢາກໄດ້ຜູ້ຕາງໜ້າດ້ານກົດໝາຍແມ່ນມີໃຫ້ສຳລັບປະຊາຊົນຜູ້ທຸກ
ຫລື ດ້ອຍໂອກາດຢູ່ທີ່ຫ້ອງການຂອງສະພາທະນາຍຄວາມຖ້າທ່ານຫາກຕົກຢູ່ໃນບັນດາ
ເງື່ອນໄຂນີ້, ແລະ ມີຈຸດປະສົງຢາກໄດ້ການຊ່ວຍເຫລືອ ຫລື ຄຳປຶກສາດ້ານກົດໝາຍ, ເຊີນຕິດຕໍ່ໄປຍັງຫ້ອງການໃຫ້ການຊ່ວຍເຫລືອດ້ານກົດໝາຍຂອງສະພາທະນາຍຄວາມ.

ຖ. ຂ້າພະເຈົ້າຕິດຕໍ່ກັບຫ້ອງການໃຫ້ການຊ່ວຍເຫລືອດ້ານກົດ
ໝາຍຂອງສະພາທະນາຍຄວາມໄດ້ແນວໃດ ?

ຕ. ລາຍລະອຽດໃນການຕິດຕໍ່ສຳລັບການບໍລິການດ້ານກົດໝາຍຂອງສະພາທະນາຍ 
ຄວາມ ມີບັນຊີ [ທີ່ນີ້].

ຖ້າຫາກບໍ່ໄດ້ມີໜ່ວຍບໍລິການໃຫ້ການຊ່ວຍເຫລືອດ້ານກົດໝາຍແກ່ທ່ານບ່ອນທີ່ທ່ານຢູ່,
ເຊີນຕິດຕໍ່ຫ້ອງການຊ່ວຍເຫລືອດ້ານກົດໝາຍວຽງຈັນສຳລັບການຂໍຄຳປຶກສາ ຫລືສອບ
ຖາມພະນັກງານສານປະຊາຊົນຫລືໄອຍະການປະຊາຊົນ, ເພຶ່ອຂຽນຈົດໝາຍຫາຫ້ອງການໃຫ້
ການຊ່ວຍເຫລືອດ້ານກົດໝາຍຂອງພວກເຮົາໃນນາມຂອງທ່ານເອງ.

ຖ. ມີເອກະສານຫຍັງແດ່,ທີ່ຂ້າພະເຈົ້າຕ້ອງໄດ້ຖືໄປນຳເພື່ອຮັບ
   ເອົາການຊ່ວຍເຫລືອ
ດ້ານກົດໝາຍ ?

. ບໍ່ຈຳເປັນຕ້ອງມີເອກະສານພິເສດໃດໆເພື່ອຂໍຄຳປຶກສາດ້ານກົດໝາຍໃນເບື້ອງຕົ້ນ.

ໃນເມື່ອທ່ານຕ້ອງການຢາກໄດ້ຜູ້ຕາງໜ້າໃນການຊ່ວຍເຫລືອດ້ານກົດໝາຍໂດຍພື້ນຖານແລ້ວ,
ທ່ານຈະຕ້ອງໄດ້ຈັດຫາເອກະສານບາງຢ່າງ, ລວມທັງບັດປະຈຳຕົວ. ນອກຈາກນັ້ນທ່ານອາດຍັງ
ຈະຕ້ອງມີໃບຢັ້ງຢືນຈາກຫ້ອງການບ້ານເພື່ອຢັ້ງຢືນວ່າທ່ານເປັນຄົນທຸກຍາກແທ້ ແລະ ບໍ່ມີຄວາມສາມາດຈ່າຍເງິນໃຫ້ທະນາຍຄວາມໄດ້. ເອກະສານອື່ນໆທີ່
ກ່ຽວກັບບັນຫາດ້ານກົດໝາຍ/ຂໍ້ຂັດແຍ່ງ ແລະ ເອກະສານຕ່າງກ່ຽວກັບສານ.

ຖ.ໃຜຈະເປັນຜູ້ຊ່ວຍຂ້າພະເຈົ້າໃນການເຮັດຄຳສະເໜີສຳລັບການຊ່ວຍເຫລືອດ້ານ 
   ກົດໝາຍຂອງສະພາທະນາຍຄວາມ ?

ຕ.ພະນັກງານທີ່ປະຈຳຢູ່ຫ້ອງການໃຫ້ການຊ່ວຍເຫລືອດ້ານກົດໝາຍຈະຊ່ວຍທ່ານໃນການ
ຂຽນຄຳຮ້ອງຂໍຄວາມຊ່ວຍເຫລືອດ້ານກົດໝາຍແລະການບໍລິການທີ່ທ່ານອາດມີສິດໄດ້ຮັບ.

ຖ.ຄະດີປະເພດໃດທີ່ລວມຢູ່ໃນການຊ່ວຍເຫລືອດ້ານກົດໝາຍຂອງສະພາທະນາຍຄວາມ ?
ຕ. ໃນປັດຈຸບັນ, ຫ້ອງການຊ່ວຍເຫລືອດ້ານກົດໝາຍຂອງສະພາທະນາຍຄວາມແມ່ນໃຫ້ຄຳ
ປຶກສາດ້ານກົດໝາຍແລະການເປັນຜູ້ຕາງໜ້າໃນຄະດີແພ່ງ,ອາຍາ, ກຳມະສິດໃນທີ່ດິນ, 
ກົດໝາຍຄອບຄົວແລະບັນດາຂໍ້ຂັດແຍ່ງຕ່າງໆ
.

ຖ. ຂ້າພະເຈົ້າມີລາຍໄດ້ຈຳນວນໜຶ່ງແຕ່ບໍ່ພຽງພໍທີ່ຈະຈ່າຍຄ່າແຮງງານແກ່ທະ ນາຍຄວາມໄດ້.
  ຂ້າພະເຈົ້າມີສິດໄດ້ຮັບການຊ່ວຍເຫລືອດ້ານກົດໝາຍຈາກສະພາທະນາຍຄວາມບໍ ?
ຕ. ປະຊາຊົນທົ່ວໄປສາມາດໄດ້ຮັບຄຳປຶກສາດ້ານກົດໝາຍໂດຍບໍ່ເສຍຄ່າທີ່ຫ້ອງການຊ່ວຍ
ເຫລືອດ້ານກົດໝາຍຂອງສະພາທະນາຍຄວາມ, ຫ້ອງການເຄື່ອນທີ່ການຊ່ວຍເຫລືອດ້ານ
ກົດໝາຍ, ຫລືຜ່ານໂທລະສັບສາຍກົງຂອງການຊ່ວຍເຫລືອດ້ານກົດໝາຍ.

ໃນກໍລະນີທີ່ມີຄວາມຈຳເປັນຢາກໄດ້ຜູ້ຕາງໜ້າດ້ານກົດໝາຍນັ້ນແມ່ນຂຶ້ນກັບເງຶ່ອນ
ໄຂຄວາມເປັນຈິງຂອງປະຊາຊົນ ແລະຄວາມສາມາດໃນການຈ່າຍຄ່າແຮງງານໃຫ້ແກ່ທະ
ນາຍຄວາມ,ຫ້ອງການໃຫ້ການຊ່ວຍເຫລຶອດ້ານກົດຫມາຍຈະເປັນຜູ້ພິຈາລະນາເງື່ອນ
ໄຂຂອງທ່ານ ແລະ ຕັດສິນໃຈວ່າຈະໃຫ້ການຊ່ວຍເຫລຶອດ້ານກົດຫມາຍທີ່ບໍ່ເສຍ
ຄ່າໃຫ້ແກ່ທ່ານ.

ຖ. ຂ້າພະເຈົ້າເປັນນັກສຶກສາກົດໝາຍທີ່ວຽງຈັນແລະຂ້າພະເຈົ້າສົນໃຈໃນການເປັນ
    ອາສາສະໝັກຢູ່ຫ້ອງການຊ່ວຍເຫລືອດ້ານກົດໝາຍ. ຂ້າພະເຈົ້າຈະເຮັດແນວໃດ ?

ຕ. ສະພາທະນາຍຄວາມຍິນດີຕ້ອນຮັບແລະຕີລາຄາສູງໃນການປະກອບສ່ວນຂອງນັກ
ສຶກສາກົດຫມາຍໃນໂຄງການຊ່ວຍເຫລືອດ້ານກົດໝາຍຂອງສະພາທະນາຍຄວາມ.
ການປະກອບສ່ວນເປັນວິທີທາງທີ່ມີປະສິດຜົນສູງສຸດສຳລັບນັກສຶກສາໃນກາ
ນຮຽນຮູ້ຕື່ມກ່ຽວ ກັບການເປັນນັກກົດໝາຍແລະໄດ້ຮັບໂອກາດຮຽນຮູ້ຕື່ມ
ກ່ຽວກັບກົດໝາຍ ແລະທັກສະດ້ານກົດໝາຍ.

ສຳລັບຂໍ້ມູນຂ່າວສານເພີ່ມເຕີມກ່ຽວກັບການເປັນອາສາສະໝັກ,
ແລະເບິ່ງໂອກາດອັນໃດທີ່ໃຊ້ໄດ້ສຳລັບການເປັນອາສາສະໝັກກັບສະພາທະນາຍຄວາມ,
ເບິ່ງ [ທີ່ນີ້].

ຖ. ຂ້າພະເຈົ້າຢາກໃຫ້ການບໍລິຈາກດ້ານການເງິນແກ່ຫ້ອງການຊ່ວຍເຫລືອດ້ານກົດ
ໝາຍ. ຂ້າພະເຈົ້າສາມາດເຮັດໄດ້ແນວໃດ ?

ຕ. ເຊີນຕິດຕໍ່ຫ້ອງການຊ່ວຍເຫລືອດ້ານກົດໝາຍຂອງສະພາທະນາຍຄວາມທີ່ວຽງຈັນ, ສຳລັບ
ຂໍ້ມູນຂ່າວສານເພີ່ມເຕີມ, ເຊີນຕິດຕໍ່ລາຍລະອຽດທີ່ມີຢູ່ [ທີ່ນີ້].

 

 
   
© 2007.ສະຫງວນລິຂະສິດໂດຍ: ສະພາທະນາຍຄວາມ ແຫ່ງ ສປປ ລາວ.  
ກວດຊອບອີເມລ.