ໜ້າທຳອິດ
ຍີນດີຕ້ອນຮັບ
ກ່ຽວກັບ ສທຄ
ສະມາຊິກ
ໂຄງການ ທີ່ພົວພັນກັບ ຄະນະ   ນິຕິສາດ ແລະ ລັດຖະສາດ
ໂຄງການຊ່ວຍເຫຼືອລ້າ
ໂຄງການໂຄສະນາເຜີຍແຜ່    ກົດໝາຍ
ສາຍດ່ວນຫ້ອງການຊ່ວຍ   ເຫຼືອລ້າ
ຕຳນິຕິຊົມ
ການພົວພັນກັບ ສາກົນ
ອາສາສະໝັກຂອງນັກສຶກ   ສາກົດໝາຍຢູ່ທີ່ ສທຄ
ອາສາສະໝັກ   ຕ່າງປະເທດທີ່ ສທຄ
ການຝຶກອົບຮົມ
ແບບຟອມ, ບົດລາຍງານ   ແລະ ເອກະສານຕ່າງໆ
ກິດຈະກຳ
ການຕິດຕໍ່ພົວພັນ   ກັບທະນາຍຄວາມ
ເວັບໄຊທ໌ ອື່ນໆ ທີ່ພົວພັນ
ຕິດຕໍ່ກັບພວກເຮົາ
 

ການເປັນສະມາຊິກສະພາທະນາຍຄວາມ
 
1. ການເປັນສະມາຊິກສະພາທະນາຍຄວາມ

ອາຊີບ​ທະນາຍຄວາມຢູ່ໃນ ສປປລາວແມ່ນ​ເປັນ​ອາຊີບ​ທີ່ກຳລັງພົ້ນເດັ່ນ.
​ໃນ​ໄລຍະທີ່ ສປປລາວ ກຳລັງ​ຈະ​ກ່າວ​ເຂົ້າ​ສູ່​ການ​ເປັນສະມາຊິກຂອງອົງ
ການຄ້າໂລກ (WTO) ແລະ​ປະຕິ​ຮູບ​ວຽກ​ງານຍຸຕິທຳ ແລະກົດໝາຍ
ອາຊີບທະນາຍຄວາມຈຶ່ງກາຍເປັນອາຊີບ​ທີ່​ມີ​ຄວາມ​ສຳຄັນ.

ການ​ເຂົ້າເປັນສະມາຊິກສະພາທະນາຍຄວາມທະນາຍຄວາມຈະສາມາດໃນການໃຫ້ຄຳປຶກ
ສາດ້ານກົດໝາຍ ຫລືການເປັນຜູ້ຕາງໜ້າໃຫ້ແກ່ບຸກຄົນ ຫລືນິຕິບຸກຄົນ.

ການເຂົ້າເປັນສະມາຊິກສະພາທະນາຍຄວາມຈະ​ໄດ້​ຮັບຜົນປະໂຫຍດຫລາຍຢ່າງ :
1.    ​ໄດ້​ຮັບ​ການ​ຊ່ວຍ​ເຫ​ລື​ອຈາກເຄືອຂ່າຍຂອງສະພາທະນາຍຄວາມ
2. ​   ໄ​ດ້ຮັບ​ການ​ຝຶກອົບຮົມຈາກ​ສະພາ​ທະນາຍຄວາມ
3.    ໄດ້​ມີ​ສ່ວນຮ່ວມໃນການ​ໃຫ້ການ​ບໍລິການຊ່ວຍເຫລືອດ້ານກົດໝາຍ ແລະການ​ໃຫ້​ຄວາມ
ຮູ້ດ້ານ ກົດໝາຍ​ແກ່​ປະຊາຊົນ
4.    ມີສ່ວນຮ່ວມໃນການ​ເສີມ​ສ້າງວິຊາຊີບ​ທະນາຍຄວາມ​ໃຫ້​ໃຫຍ່ຂະຫຍາຍ​​ໂຕຢູ່ໃນ ສປປ ລາວ.

2. ມາດຖານຂອງການເປັນສະມາຊິກສະພາທະນາຍຄວາມ

ເງື່ອນ​ໄຂ​ການເປັນສະມາຊິກສະພາທະນາຍຄວາມປະກອບມີ :
1. ເປັນພົນລະເມືອງລາວ
2. ມີປະກາດສະນິຍະບັດດ້ານກົດໝາຍລະດັບປະລິນຍາ
3. ບໍ່ເຄີຍຖືກສານຕັດສິນລົງໂທດຕັດອິດສະລະພາບມາກ່ອນ, ຍົກເວັ້ນການກະທຳຜິດທີ່ເບົາບາງ
4. ບໍ່ເປັນລັດຖະກອນ
5. ໄດ້​ຜ່ານການຝຶກອົບຮົມດ້ານວິຊາ​ຊີບ​ທະນາຍຄວາມ​ເປັນ​ເວລາ 6 ອາທິດ
ແລະ​ໄດ້​ຜ່ານການຝຶກຫັດຕົວຈິງ​ເປັນ​ເວລາ 9 ເດືອນ ເຊິ່ງຢູ່ພາຍ​ໄຕ້​ການດູແລຂອງ​ທະນາຍຄວາມ​ສົມບູນ.

ບັນດາເອກະສານທີ່ພົວພັນກັບສະພາທະນາຍຄວາມແມ່ນມີພ້ອມ [​ບ່ອນ​ນີ້].

3. ໂຄງການຝຶກງານຂອງສະພາທະນາຍຄວາມ
ກ່ອນ​ຈະ​ເປັນ​ສະມາຊິກສະພາທະນາຍຄວາມ​ໄດ້ຜູ້​ສະໝັກ​ຕ້ອງໄດ້ຜ່ານການຝຶກອົມ​ຮົມ​ວິຊາ​ຊີບ
​ທະນາຍຄວາມເປັນ​ເວລາ 6 ອາທິດ, ນອກຈາກ​ນັ້ນຍັງ​ຈະ​ຕ້ອງໄດ້​ຜ່ານການ​ຝຶກ​ຫັດ​ໃນ​ວຽກ​ຕົວ​
ຈິງໃນ​ໄລຍະ​ເວລາ 9 ເດືອນໂດຍ​ທະນາຍຄວາມ​ສົມບູນຈະ​ເປັນ​ຜູ້ຕິດຕາມ​.

ຫລັງ​ຈາກ​ໄດ້​ຜ່ານການ​ຝຶກ​ພາກ​ທິດ​ສະ​ດີແລະພາກ​ປະຕິບັດ​ຕົວ​ຈິງ​ແລ້ວຖ້າ ສະພາທະນາຍຄວາມ
ຫາກ​ເຫັນວ່າ ຜູ້ເຂົ້າຝຶກ​ອົບຮົມຜູ້​ໃດ​ທີ່​ສາມາດ​ປະຕິບັດ​ໄດ້​ຕາມ​ເງື່ອນ​ໃຂການ​
ປະກອບ​ອາຊີບ​ເປັນ​ທະນາຍ ຄວາມ, ສະພາທະນາຍຄວາມກໍຈະສະເໜີຕໍ່ກະຊວງຍຸຕິທຳເພື່ອ
​ແຕ່ງຕັ້ງເປັນທະນາຍຄວາມສົມບູນ.

ພາຍຫລັງ​ໄດ້​ຮັບ​ການ​ແຕ່ງຕັ້ງ​ເປັນ​ທະນາຍຄວາມ​ສົມບູນ​ແລ້ວຜູ້ກ່ຽວ​ກໍ​ຈະກາຍ​ເປັນສະມາຊິກ
ຂອງສະພາທະນາຍຄວາມເຊິ່ງການຮັບຮອງນີ້ຂຶ້ນກັບກະຊວງຍຸຕິທຳ.

ຝຶກອົບຮົມທັກສະທະນາຍຄວາມ 2009

 

 
   
© 2007.ສະຫງວນລິຂະສິດໂດຍ: ສະພາທະນາຍຄວາມ ແຫ່ງ ສປປ ລາວ.  
ກວດຊອບອີເມລ.