ໜ້າທຳອິດ
ຍີນດີຕ້ອນຮັບ
ກ່ຽວກັບ ສທຄ
ສະມາຊິກ
ໂຄງການ ທີ່ພົວພັນກັບ ຄະນະ   ນິຕິສາດ ແລະ ລັດຖະສາດ
ໂຄງການຊ່ວຍເຫຼືອລ້າ
ໂຄງການໂຄສະນາເຜີຍແຜ່    ກົດໝາຍ
ສາຍດ່ວນຫ້ອງການຊ່ວຍ   ເຫຼືອລ້າ
ຕຳນິຕິຊົມ
ການພົວພັນກັບ ສາກົນ
ອາສາສະໝັກຂອງນັກສຶກ   ສາກົດໝາຍຢູ່ທີ່ ສທຄ
ອາສາສະໝັກ   ຕ່າງປະເທດທີ່ ສທຄ
ການຝຶກອົບຮົມ
ແບບຟອມ, ບົດລາຍງານ   ແລະ ເອກະສານຕ່າງໆ
ກິດຈະກຳ
ການຕິດຕໍ່ພົວພັນ   ກັບທະນາຍຄວາມ
ເວັບໄຊທ໌ ອື່ນໆ ທີ່ພົວພັນ
ຕິດຕໍ່ກັບພວກເຮົາ
 

ການສຶກສາກົດໝາຍແກ່ປະຊາຊົນທົ່ວໄປ ແລະ ການເຂົ້າ​ເຖິງລະບົບຍຸຕິທຳ
1. ການສຶກສາກົດໝາຍໃຫ້ແກ່ປະຊາຊົນທົ່ວໄປ
ໂຄງການໃຫ້ການສຶກສາກົດໝາຍແກ່ປະຊາຊົນທົ່ວໄປຂອງ ສະພາທະນາຍຄວາມແມ່ນມີເປົ້າ ໝາຍໃນການໃຫ້ການສຶກ
ສາແກ່ປະຊາຊົນຂອງສປປລາວກ່ຽວກັບຂອບເຂດ ຂອງບັນຫາດ້ານກົດໝາຍ,
ດ້ວຍການເນັ້ນເຖິງສິດທິມະນຸດແລະຄວາມເປັນໄປ ໄດ້ຂອງການຊ່ວຍເຫລືອດ້ານກົດໝາຍ
ໂດຍຜ່ານໂຄງການນີ້,ສະພາທະນາຍຄວາມສະແຫວງຫາ ໃຫ້ການຊ່ວຍເຫລືອແກ່ປະຊາຊົນທົ່ວໄປ
ເພື່ອໃຫ້ມີຄວາມເຂົ້າໃຈສິດທິດ້ານກົດໝາຍ, ໜ້າທີ່ດ້ານກົດໝາຍ, ທະນາຍຄວາມ ແລະສະພາທະນາຍຄວາມໃຫ້ດີຂຶ້ນ.

ໂຄງການຂອງສະພາທະນາຍຄວາມນຳໃຊ້ຫລາຍຮູບການດ້ານການສື່ສານ,
ໃຫ້ການສຶກສາໂດຍຜ່ານສື່ການຈັດພີມທີ່ງ່າຍໃນການອ່ານ, ທາງວິທະຍຸ
ແລະ ການສະແດງ ອອກທາງລາຍການໂທລະພາບ, ເຊັ່ນດຽວກັນກັບການລົງໄປ
ເຄື່ອນໄຫວໃນແຕ່ລະແຂວງ. ໃນປີ 2008, ໂຄງການຕ່າງໆປະກອບດ້ວຍ:

1. ໂຄງການໃຫ້ການສຶກສາກົດໝາຍຢູ່ສປປລາວໂດຍຜ່ານທາງລາຍການໂທລະພາບ, ຊ່ອງ 3 ເວລາ 4ໂມງແລງທຸກວັນເສົາ.
2. ໂຄງການໃຫ້ການສຶກສາກົດໝາຍຢູ່ສປປລາວທາງວິທະຍຸ (ຄວາມຖີ່ 103.5 ມິກາເຮີດ)ເວລາ
   12:30 ໃນຕອນທີ່ ສອງແລະທີ່ສາມຂອງວັນພະຫັດຂອງແຕ່ລະເດືອນ

3. ຂຽນບົດຄວາມໃນໜັງສືພິມວຽງຈັນໃໝ່ທຸກເດືອນກ່ຽວກັບບັນຫາສຳຄັນດ້ານກົດໝາຍ.
4. ຈັດພີມໃບໂຄສະນາແລະປ້າຍປະກອບຮູບຕ່າງໆ, ທີ່ລວມເອົາຂອບເຂດບັນຫາດ້ານກົດໝາຍ.
ການຄັດເລືອກກິດຈະກຳເຫລົ່ານີ້ມີຢູ່ [ທີ່ນີ້​- ສາຍຕໍ່​ເຖິງເອກະສານ ໜ້າ].
5. ການລົງໄປເຄື່ອນໄຫວໃນຕົວເມືອງຂອງແຕ່ລະແຂວງ, ການຈັດກອງປະຊຸມສຶກສາກົດໝາຍ.
ຖ້າທ່ານຢາກໃຫ້ໂຄງການໄປເມືອງຂອງທ່ານ, ເຊີນຕິດຕໍ່ກັບອຳນາດການປົກຄອງເມືອງຂອງ  
ທ່ານຫລືສະພາທະນາຍຄວາມກໍໄດ້.

ສະພາທະນາຍຄວາມຍິນດີຕ້ອນຮັບແລະຕີລາຄາສູງການມີສ່ວນຮ່ວມຂອງນັກສຶກສາກົດໝາຍ
ໃນໂຄງການໃຫ້ການສຶກສາກົດໝາຍແກ່ປະຊາຊົນທົ່ວໄປ. ຈົ່ງກວດກາວ່າຖ້າມີໂອກາດເໝາະສົມ
ສຳລັບການເຂົ້າມາເປັນອາສາສະໝັກຢູ່ທີ່ສະພາທະນາຍຄວາມຕິດຕໍ່ໂຄງການໃຫ້ການສຶກສາ
ກົດໝາຍແກ່ປະຊາຊົນທົ່ວໄປໃນລາຍລະອຽດການຕິດຕໍ່ທີ່ມີບັນຊີ [ທີ່ນີ້​- ສາຍຕໍ່​ເຖິງການຕິດຕໍ່ພວກເຮົາ ໜ້າ].

ສະພາທະນາຍຄວາມນຳໃຊ້ການສື່ສານ​ທີ່​ມີ​ລັກສະນະ​ເຂົ້າ​ໃຈ​ໄດ້​ງ່າຍ​ແລະບໍ່​ແມ່ນ​ຂຽນບົດ
​ຄວາມທີ່​ມີ ​ລັກສະນະ​ວິຊາ​ການ​ໄປຍັງເຂດຫ່າງໄກທັງນີ້ກໍ​ເພື່ອ​ໃຫ້​ຂໍ້​ມູນ​ຂ່າວສານ​ໄປ​
ເຖິງປະຊາຊົນຢ່າງ​ທົ່ວ​ເຖິງ, ໂດຍສະເພາະຕໍ່​ກັບ​ເຂດຊົນນະບົດບ່ອນທີ່ລະດັບການສຶກສາຕ່ຳ.

2. ການເຂົ້າ​ເຖິງລະບົບຍຸຕິທຳ
ໃນປີ 2005, ລັດຖະບານ ແຫ່ງ ສປປລາວໄດ້ສະເໜີນະໂຍບາຍກ່ຽວກັບລະບົບການປົກຄອງໂດຍ ຊີ້ໃຫ້ເຫັນເຖິງຄວາມປະສົງໃນການດຳເນີນກອງປະຊຸມປະຕິຮູບຍົກລະດັບການປັບປຸງການປົກ
ຄອງໂດຍຜ່ານຄວາມເຂັ້ມແຂງຂອງລະບຽບກົດໝາຍ.

ສ່ວນດ້ານລະບຽບກົດໝາຍ, ເອກະສານໄດ້ເນັ້ນ​ເຖິງຄວາມຮຽກຮ້ອງຕ້ອງການສຳລັບການສ້າງ
ລະບົບໃຫ້ມີປະສິດຕິພາບ, ປະສິດຕິຜົນ, ຍຸຕິທຳ ແລະ ເຂົ້າ​ເຖິງລະບົບຍຸຕິທຳ
ແລະ ຜົນບັງຄົບໃຊ້ສັກສິດຂອງກົດໝາຍ. ຈຸດໜັກແມ່ນໄດ້ວາງໃສ່ຄວາມຮັບຮູ້ຂອງລັດຖະບານໃນການປັບປຸງ
ການເຂົ້າ​ເຖິງລະບົບກົດໝາຍແລະການອອກຂໍ້ຕົກລົງ- ການດຳເນີນການ, ເພື່ອສາມາດເຮັດ
ໃຫ້ພົນລະເມືອງທຸກຄົນປະຕິບັດສິດແລະໜ້າທີ່ຕົນທີ່ບົ່ງໄວ້ໃນລັດຖະ ທຳມະນູນຢ່າງເຕັມສ່ວນ.

ສ່ວນໜຶ່ງຂອງໂຄງການນີ້, ສະພາທະນາຍຄວາມ ແຫ່ງ ສປປ ລາວໄດ້ເລີ່ມປະຕິບັດວຽກການ
ສຳຫຼວດ “ຄວາມຄິດເຫັນຂອງປະຊາຊົນກ່ຽວກັບການເຂົ້າເຖິງຄວາມຍຸຕິທຳ” ໃນປີ 2009.
ການສຳຫຼວດດັ່ງກ່າວ (ກຳນົດຈະໃຫ້ສຳເລັດໃນກາງປີ 2010) ຈະເປັນລະບົບທຳອິດ ແລະ ການສຶກສາຄົ້ນຄວ້າຮອບດ້ານກ່ຽວກັບການເຂົ້າເຖິງຄວາມຍຸຕິທຳຢູ່ ສປປ ລາວ. ໂດຍສະເພາະ, ການສຳຫຼວດດັ່ງກ່າວນີ້ຈະຊ່ວຍຕອບສະໜອງຂໍ້ມູນທີ່ມີຄຸນຄ່າກ່ຽວກັບການເຂົ້າເຖິງ
ຄວາມຍຸຕິທຳສຳລັບຄົນທຸກຍາກ, ຜູ້ດ້ອຍໂອກາດ ແລະ ຜູ້ທີ່ຢູ່ຫ່າງໄກສອກຫຼີກ, ຢູ່ຊົນນະບົດຊຶ່ງໃນນັ້ນມີຊົນຊາດຊົນເຜົ່າ,, ແມ່ຍິງ ແລະ ເດັກນ້ອຍຄືກັນກັບປະເທດ ອື່ນໆພາຍໃນຂົງເຂດໄດ້ດຳເນີນການສຳຫຼວດມາແລ້ວ, ເຊັ່ນ:ຫວຽດນາມ ແລະ ກຳປູເຈ່ຍ.

ສະພາທະນາຍຄວາມ ແຫ່ງ ສປປ ລາວກຳລັງເຮັດວຽກຢ່າງໄກ້ສິດກັບທີ່ປຶກສາ, ອົງການ ສປຊ
ແລະ ປຶກສາຮ່ວມກັບກະຊວງຍຸຕິທຳ, ສານ, ຫ້ອງການໄອຍະການ ແລະ ພາກສ່ວນ ອື່ນໆ ທີ່ກ່ຽວຂ້ອງກ່ຽວກັບການສຳຫຼວດຊຶ່ງຈະເກັບກຳຂໍ້ມູນຈາກປະຊາຊົນມີການດຳລົງ
ຊີວິດຄືແນວໃດ ແລະ ໄດ້ມີການຮັບຮູ້ກ່ຽວກັບລະບົບຍຸຕິທຳຄືແນວໃດ.

 
   
© 2007.ສະຫງວນລິຂະສິດໂດຍ: ສະພາທະນາຍຄວາມ ແຫ່ງ ສປປ ລາວ.  
ກວດຊອບອີເມລ.