ການເປັນອາສາສະໝັກຂອງນັກສຶກສາກົດໝາຍຢູ່ທີ່ສະພາທະນາຍຄວາມ
ສະພາທະນາຍຄວາມແຫ່ງ ສປປລາວສົ່ງເສີມ ແລະຕີລາຄາສູງຕໍ່ກັບການປະກອບສ່
ວນເຂົ້າເປັນອາສາສະໝັກຂອງນັກສຶກສາກົດໝາຍໃນກິດຈະກຳຕ່າງໆຂອງສະພາທະນາຍ
ຄວາມ. ອາສາສະໝັກດັ່ງກ່າວແມ່ນຖືວ່າເປັນສ່ວນໜຶ່ງຂອງໜ່ວຍງານສະພາທະນາຍຄວາມ.
ສະພາທະນາຍຄວາມມີຄວາມຍິນດີທີ່ຈະໃຫ້ການຊວ່ຍເຫລືອ
ແກ່ນັກສຶກສາອາສາສະໝັກໂດຍສະເພາະກ່ຽວກັບການສ້າງທັກສະ ແລະ
ຄວາມສາມາດດ້ານກົດຫມາຍ.
ສະພາທະນາຍຄວາມຮັບຮູ້ເຖິງການປະກອບສ່ວນອັນມີຄ່າຂອງນັກສຶກສາອາ
ສາສະໝັກທີ່ປະກອບເຂົ້າໃນວຽກງານການບໍລິການດ້ານກົດໝາຍ ແລະ
ກິດຈະກຳຕ່າງໆ;ຖ້າຫາກບໍ່ມີການປະກອບສ່ວນຢ່າງຕໍ່ເນື່ອງຕໍ່ກັບ
ກິດຈະກຳນັ້ນໂຄງການຕ່າງໆອາດຈະພົບກັບຄວາມຫຍຸ້ງຍາກ.
ສະພາທະນາຍຄວາມໄດ້ເຮັດວຽກກັບຄະນະນິຕິສາດແລະລັດຖະສາດ,
ມະຫາວິທະຍາໄລແຫ່ງ ຊາດ,ທີ່ນະຄອນຫລວງວຽງຈັນແລະນອກຈາກນັ້ນຍັງໄດ້
ສ້າງການພົວພັນກັບຄະນະນິຕິສາດຢູ່ທີ່ແຂວງຫລວງພະບາງ
ແລະ ແຂວງສະຫວັນນະເຂດ, ທັງນີ້ກໍເພື່ອສ້າງໂອກາດກ່ຽວກັບວຽກງານ
ອາສາສະໝັກໃນຕໍ່ໜ້າ
ກ່ຽວກັບນັກສຶກສາອາສາສະໝັກໃນປັດຈຸບັນ
ໃນປັດຈຸບັນ, ສະພາທະນາຍຄວາມມີນັກສຶກສາອາສາສະໝັກຈຳນວນໜຶ່ງທີ່ປະກອບສ່ວນ
ເຂົ້າໃນໂຄງການໃຫ້ການຊວ່ຍເຫລືອດ້ານກົດໝາຍແລະໂຄງການໃຫ້ຄວາມຮູ້ດ້ານກົດ
ໝາຍແກ່ປະຊາຊົນ. ນອກຈາກນັ້ນເຂົາເຈົ້າຍັງໄດ້ປະກອບສ່ວນເຂົ້າໃນຫ້ອງການແຕ່
ລະໜ່ວຍໂດຍໃນນັ້ນທະນາຍຄວາມສົມບູນໄດ້ເປີດໂອກາດໃຫ້ເຂົາເຈົ້າໄດ້ທຳການວິ
ເຄາະ ແລະ ລາຍງານບັນຫາທາງດ້ານກົດໝາຍຕໍ່ກັບຄະດີທີ່ທະນາຍຄວາມກຳລັງ
ດຳເນີນການຢູ່. ນອກຈາກນັ້ນອີກຍັງໄດ້ເຮັດວຽກດ້ານເອກະສານຕ່າງໆເພື່ອ
ສະໜັບສະໜູນໃຫ້ແກ່ການດຳເນີນງານຂອງຫ້ອງການໃຫ້ການຊ່ວຍເຫລືອດ້ານກົດໝາຍ.
ການປະກອບສ່ວນຂອງນັກສຶກສາແຕ່ລະຄົນແມ່ນມີຄຸນຄ່າສູງໃຫ້ແກ່ສະພາທະນາຍຄວາມ.
ເປັນຫຍັງຈຶ່ງເປັນອາສາສະໝັກ?
ສະພາທະນາຍຄວາມ ແລະຄະນະນິຕິສາດແລະລັດຖະສາດ, ມະຫາວິທະຍາໄລ
ແຫ່ງຊາດ , ທັງສອງຝ່າຍ ເຫັນວ່າການເປັນອາສາສະໝັກຂອງນັກສຶກ
ສາກົດໝາຍເຂົ້າໃນວຽກງານການໃຫ້ການບໍລິຫານດ້ານກົດໝາຍ
ແລະໂຄງການຕ່າງໆຂອງສະພາທະນາຍຄວາມນັ້ນຈະເປັນວິທີການໜຶ່ງທີ່ມີ
ປະສິດຕິຜົນສູງໃນການພັດທະນາທັກ ສະແລະຄວາມຮູ້ທາງດ້ານກົດໝາຍ
ຂອງນັກສຶກສາ. ຈາກການເປັນອາສາສະໝັກ, ນັກສຶກສາສາມາດຮຽນຮູ້ກ່ຽວກ
ັບຂົງເຂດກົດໝາຍ ທີ່ເຂົາເຈົ້າມີການກ່ຽວຂ້ອງ..
ນອກຈາກນັ້ນແລ້ວ, ນັກສຶກສາຍັງໄດ້ເພີ່ມທະວີດ້ານການວິເຄາະ,
ການແກ້ໄຂບັນຫາແລະທັກສະ ດ້ານການສື່ສານ. ນັກສຶກສາຍັງຈະສາມາ
ດໄດ້ຮັບຄວາມເຂົ້າໃຈໄດ້ດີຕໍ່ກັບບັນຫາຕ່າງໆທາງດ້ານກົດ
ໝາຍທີ່ປະຊາຊົນ ແຫ່ງ ສປປລາວກຳລັງປະເຊີນຢູ່ ແລະເຂົາເຈົ້າສາມາ
ດຊ່ວຍຊີ້ແນະບັນຫາເຫລົ່ານັ້ນ ແນວໃດ.ທັກສະເຫລົ່ານີ້ຈະຊ່ວຍໃຫ້ເ
ຮັດໃຫ້ນັກສຶກສາດ້ານກົດໝາຍເຫລົ່ານີ້ກາຍເປັນນັກກົດໝາຍທີ່ດີ.
ນອກຈາກນັ້ນແລ້ວ, ການເປັນອາສາສະໝັກຢູ່ທີ່ສະພາທະນາຍຄວາມຍັງໃຫ້ຄວ
າມກະຈ່າງແຈ້ງແກ່ນັກ ສຶກສາກົດໝາຍກ່ຽວກັບການປະກອບອາຊີບທາງດ້ານກົດໝ
າຍເຊິ່ງໃນນັ້ນຈະຊ່ວຍໃຫ້ເຂົາເຈົ້າໄດ້ເຂົ້າໃຈ
ເຖິງຄວາມໝາຍກ່ຽວກັບການເປັນນັກກົດໝາຍ ແລະ ສະມາຊິກສະພາທະນາຍຄວາມ
ແລະ ຈະສາມາດປະກອບສ່ວນໃຫ້ແກ່ສັງຄົມແນວໃດ.
ນັກສຶກສາຈະເປັນອາສາສະໝັກໄດ້ເວລາໃດ ?
ສະພາທະນາຍຄວາມ ແຫ່ງ ສປປລາວ ຮັບເອົາການປະກອບສ່ວນຂອງອາສາສະໝັກຕະ
ຫລອດທັງປີ.
ໃນນີ້ຈະຮັບເອົາເປັນສອງຄັ້ງໃນແຕ່ລະປີ- ຄັ້ງທີ່ໜຶ່ງແມ່ນໃນເດືອນມັງກອນ
ແລະອີກຄັ້ງໜຶ່ງໃນເດືອນກໍລະກົດ :
ຕາມປົກກະຕິນັກສຶກສາອາສາສະໝັກຈະໄດ້ເຮັດວຽກ 5 ວັນຕໍ່ອາທິດເຊິ່ງເປັນໄລ
ຍະຂອງການຝຶກງານຂອງເຂົາເຈົ້າ. ເຖິງຢ່າງໃດກໍຕາມສິ່ງນີ້ຂຶ້ນກັບຈຳນວນອາສາສະໝັກແລະໜ້າວຽກຕົວຈິງແລະຄວາມ
ສາມາດຂອງອາສາສະໝັກທີ່ສາມາດຊ່ວຍເຫລືອໄດ້.
ສະພາທະນາຍຄວາມຕ້ອງການໃຫ້ນັກສຶກສາອາສາສະໝັກປະຕິບັດໃນການ
ເຮັດວຽກຕາມໂມງເວລາທີ່ໄດ້ຕົກລົງລະຫວ່າງເຂົາເຈົ້າ.(ໄລຍະ 6 ເດືອນ).
ການເຂົ້າເປັນອາສາສະໝັກຄືແນວໃດ ?
ໃນການທີ່ນັກສຶກສາກົດໝາຍຈະສະໝັກເຂົ້າເປັນສາອາສາສະໝັກນັ້ນ
ຜູ້ກ່ຽວຈະຕ້ອງເປັນ ນັກສຶກສາກົດໝາຍປີທີ່ 4ແລະປະກອບໃບສະໝັກຕາມຂັ້ນຕອນ,
ເຊິ່ງຮ່າງໃບສະໝັກສາມາດຫາໄດ້ຢູ່ທີ່ ນິຕິສາດ ແລະລັດຖະສາດ,
ມະຫາວິທະຍາໄລ ແຫ່ງຊາດ, ວຽງຈັນແລະຢູ່ສຳນັກງານສະພາທະນາຍຄວາມທີ່ວຽງຈັນ.
ຖ້າທ່ານມີຈຸດປະສົງຢາກເປັນອາສາສະໝັກ, ຈົ່ງສົ່ງຄຳຮ້ອງຂອງທ່ານໄປຍັງສະພາທະນາຍຄວາມຕາມບັນຊີ
ລາຍລະອຽດ [ທີ່ນີ້].
|