1. ການຝຶກອົບຮົມທະນາຍຄວາມຝຶກຫັດ
ສະພາທະນາຍຄວາມໄດ້ກ້າວໄປຍັງການພັດທະນາແລະການຈັດຕັ້ງປະຕິບັດໂຄງການຝຶກອົບຮົມ
ກົດໝາຍຢ່າງເອົາຈິງເອົາຈັງ. ໂຄງການນີ້ມີຄວາມສຳຄັນເຊັ່ນທະນາຍຄວາມໃນຕໍ່ໜ້າໄດ້ຮັບການ
ຝຶກອົບຮົມເພື່ອຄວາມຮູ້ຄວາມສາມາດອັນຈຳເປັນໃນການເປັນທະນາຍຄວາມດ້ວຍ
ຄວາມສຳເລັດໃນລະຫວ່າງໂຄງການຝຶກຫັດ ບັນດາຜູ້ຝຶກງານຈະໄດ້ຜ່ານການຝຶກ
ແບບບັງຄັບໃນດ້ານຄວາມຮູ້ດ້ານກົດໝາຍ ແລະ ຮັບທັກສະໂດຍປະ ສົບການຈິງໃນພື້ນທີ່.ລວມທັງສິ່ງອື່ນໆເຊັ່ນກົດໝາຍ
ການຄ້າ, ການສົ່ງເສີມດ້ານທັກສະ, ການຝຶກຕົວຈິງດ້ານກົດໝາຍ,
ການບໍລິຫານຈັດການດ້ານທັກສະແລະກົດໝາຍວ່າດ້ວຍກຳມະສິດ.ບັນດາອາຈານ
ເປັນສະມາຊິກສະພາທະນາຍຄວາມລາວທີ່ມີປະສົບປະການ.
ທະນາຍຄວາມຝຶກຫັດຍັງຕ້ອງຜ່ານການເຮັດວຽກໃນໜ່ວຍໃດໜ່ວຍໜຶ່ງຂອງບັນ
ດາໜ່ວຍຂອງສະພາທະນາຍຄວາມ ພາຍໃຕ້ການຄວຍຄຸມດູແລຂອງທະນາຍຄວາມ.
ໂຄງການຝຶກຫັດກົດໝາຍປັດຈຸບັນແມ່ນໄດ້ສະໜອງໃຫ້ໂດຍບໍ່ເສຍຄ່າແກ່ຜູ້
ສະໝັກທີ່ໄດ້ຮັບຜົນສຳເລັດ.
ໃນປີ 2005, ໂຄງການຝຶກຫັດກົດໝາຍໄດ້ຈັດຂຶ້ນໃນເດືອນກັນຍາແລະເດືອນຕຸລາ. ຂໍ້ມູນ
ເພີ່ມເຕີມກ່ຽວກັບໂຄງການຝຶກຫັດກົດໝາຍສາມາດໄດ້ຮັງໂດຍການຕິດຕໍ່ສະພາທະນາຍຄວາມ
ລາວໃນລາຍລະອຽດຂອງການຕິດຕໍ່ທີ່ມີບັນຊີ [ທີ່ນີ້].
ຝຶກອົບຮົມທັດສະທະນາຍຄວາມ 2009
2. ການສຶກສາດ້ານກົດໝາຍຢ່າງຕໍ່ເນື່ອງ
ສືບຕໍ່ການພັດທະນາທັກສະແລະຄວາມຮູ້ແກ່ທະນາຍຄວາມທີ່ໄດ້ຮັບການແຕ່ງຕັ້ງຢູ່ໃນ ສປປລາວ,ສະພາທະນາຍຄວາມລາວຍັງຈັດຫາໂອກາດໃຫ້ແກ່ສະມາຊິກຂອງຕົນໃນການເຂົ້າ
ຮ່ວມການຈັດສຳມະນາການສຶກສາຕ່າງໆແລະການປະຊຸມຝຶກອົບຮົມໂດຍບໍ່ເສຍຄ່າ.ໂຄງ
ການ CLE ໄດ້ຈັດຂຶ້ນເພື່ອຮັບປະກັນເພື່ອວ່າຊ່ອງໃນທັກສະແລະຄວາມຮູ້ຂອງສະມາ
ຊິກສະພາທະນາຍຄວາມໄດ້ຮັບການຖົມຂຸມ ແລະເພື່ອວ່າເຂົາເຈົ້າໄດ້ມີການກຽມ
ພ້ອມເພື່ອຈະນຳໄປສູ່ການຈັດຫາການບໍລິການດ້ານກົດໝາຍທີ່ມີຄຸນນະພາບ.
ສະພາທະນາຍຄວາມຍິນດີຕ້ອນຮັບແຂກສາກົນໃນການເປັນເຈົ້າພາບສຳມະນາຫລື ການ
ປະຊຸມຝຶກອົບຮົມຂອງໜ່ວຍງານກົດໝາຍເພື່ອປະຊາຊົນ. ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບ ໂຄງການກົດໝາຍເພື່ອປະຊາຊົນ ສາມາດຮັບໄດ້ໂດຍການຕິດຕໍ່ສະພາທະນາຍຄວາມກ່ຽວກັບ
ລາຍລະອຽດດ້ານການຕິດຕໍ່ທີ່ມີບັຍຊີ [ທີ່ນີ້].
  
|