ຄຳກ່າວຕ້ອນຮັບສູ່ ສະພາທະນາຍຄວາມ ລາວໂດຍ ທ່ານ ອຸ່ນເຮືອນ ແກ່ນປະເສີດ
ປະທານສະພາທະນາຍຄວາມແຫ່ງ ສປປ ລາວ.
ຂ້າພະເຈົ້າມີຄວາມຍິນດີໃນການຕ້ອນຮັບທ່ານເຂົ້າສູ່
ເວັບໄຊ ຂອງສະພາທະນາຍຄວາມແຫ່ງ ສປປ ລາວ. ສະພາທະນາຍຄວາມແຫ່ງ ສປປ ລາວ
ເປັນອົງການຈັດຕັ້ງທີ່ມີຄວາມສຳຄັນຫລາຍ ແລະ
ບັນດາທະນາຍ ຄວາມລາວ ເຮັດວຽກຮ່ວມກັນເພື່ອປົກປ້ອງ
ສິດທິຂອງພົນລະເມືອງລາວຕາມກົດໝາຍ.
ພາຍຫລັງໄດ້ຮຽນຈົບດ້ານກົດຫມາຍ ຂ້າພະເຈົ້າໄດ້ເຮັດ
ວຽກຢູ່ກະຊວງຍຸຕິທຳ ເຊິ່ງໄດ້ເຮັດໃຫ້ຂ້າພະເຈົ້າໄດ້ເຂົ້າໃຈເຖິງຄວາມສຳຄັນ
ຂອງບົດບາດຂອງທະນາຍຄວາມທີ່ເຮັດວຽກເອກະລາດຕາມກົດໝາຍ. ພາຍຫຼັງຂ້າພະເຈົ້າອອກບຳນານຈາກ ກະຊວງຍຸຕິທຳ ຂ້າພະເຈົ້າໄດ້ເຂົ້າເປັນທະນາຍຄວາມຢູ່ ສະພາທະນາຍຄວາມແຫ່ງ ສປປ ລາວ. ຂ້າພະເຈົ້າໄດຮັບເລືອກຕັ້ງໃຫ້ເປັນ ປະທານສະພາທະນາຍຄວາມແຫ່ງ ສປປ ລາວ ໃນເດືອນ ມັງກອນ 2010.
ຂ້າພະເຈົ້າມີຄວາມເຊື່ອວ່າວຽກງານອາຊີບທະນາຍຄວາມມີອະນາຄົດທີ່ດີ
ທັງມີຄວາມຫວັງວ່າ ສະພາທະນາຍຄວາມແຫ່ງ ສປປ ລາວ ຈະກາຍເປັນອົງການຈັດຕັ້ງທີ່
ມີຄວາມເປັນເອກະລາດ ແລະ ເຄື່ອນໄຫວຢ່າງຕັ້ງຫນ້າຫລາຍຂຶ້ນ.
ຂ້າພະເຈົ້າມີຄວາມປິທິຍິນດີທີ່ນັກສຶກສາທີ່ຈົບຫລັກສູດດ້ານກົດຫມາຍຫລາຍຄົນ
ໄດ້ເລືອກອາຊີບເປັນທະນາຍຄວາມ ແລະ ເຂົ້າເປັນສະມາຊິກຂອງ ສະພາທະນາຍຄວາມແຫ່ງ ສປປ ລາວ. ຂ້າພະເຈົ້າຕັ້ງໃຈທີ່ຈະເຮັດວຽກປະສານສົມທົມກັບພວກເຂົາເຈົ້າໃນຖານະເປັນເພື່ອນຮ່ວມງານ
ປະກອບອາຊີບໃນວຽກງານດ້ານທະນາຍຄວາມໃນອານາຄົດ.
|